Chawan ( ຖ້ວຍຊົງມັດຊະ ) ເຄື່ອງມືທີ່ສໍາຄັນອີກອັນຫນຶ່ງແມ່ນຖ້ວຍສໍາລັບການຊົງມັດຊະ ເຊິ່ງມີລັກສະນະແຕກຕ່າງຈາກຖ້ວຍອື່ນໆ. ຖ້ວຍມັດຊະຖືກອອກແບບມາສະເພາະສໍາລັບການຊົງມັດຊະ ເຊິ່ງມີລັກສະນະພື້ນທີ່ກົ້ນຖ້ວຍກວ້າງ, ປາກຖ້ວຍມີຄວາມກວ້າງ ແລະ ຖ້ວຍຈະສູງໜ້ອຍໜຶ່ງ, ເຮັດໃຫ້ມັນສະດວກໃນການຕີມັດຊະໃຫ້ເປັນຟອງ ແລະ ບໍ່ເຮ່ຍໄດ້ງາຍມີຄວາມສະດວກສະບາຍ, ບໍ່ນ້ອຍ ຫຼື ໃຫຍ່ເກີນໄປ ແລະ ບາງປະເພດມີປາກແຫຼມ ເຮັດໃຫ້ມັນງ່າຍຕໍ່ການຖອກ, ບາງປະເພດກຳມີດ້າມຈັບ. ສ່ວນຫຼາຍແມ່ນເຮັດດ້ວຍເຊລາມິ, ແລະ ບໍ່ນິຍົມເຮັດດ້ວຍແກ້ວຫຼືພາດສະຕິກ. Chashaku ( ບ່ວງຕັກມັດຊະ )ບ່ວງທີ່ອອກແບບມາສະເພາະສໍາລັບການຕັກຜົງ ມັດຊະ ປົກກະຕິແລ້ວແມ່ນເຮັດດ້ວຍໄມ້ໄຜ່. ຈະມີລັກສະນະຍາວ ແລະ ຮຽວ, ປະມານ 19 ຊັງຕີແມັດ, ຂະຫນາດນ້ອຍ ແລະ ມີມືຈັບຍາວເພື່ອສະດວກໃນການຈັບ. ຈະມີປາຍທີ່ໂຄ້ງເລັກນ້ອຍ. ປາຍບ່ວງມີຄວາມກວ້າງ 1 ຊັງຕີແມັດ ເພື່ອວ່າເວລາຖອກຜົງມັດຊະຂື້ນເທື່ອລະໜ້ອຍ ຈະໄດ້ປະລິມານທີ່ເໝາະສົມ, ເຊິ່ງປະມານ 1 ກຣາມ, ເພາະວ່າໃນການຊົງມັດຊະໃຊ້ປະລິມານໃນການຊົງຫຼາຍເກືອບເທົ່າກັບຊາປະເພດອື່ນໆ. Chasen Holder ( ບ່ອນວາງແປງມັດຊະ) ບ່ອນວາງແປງມັດຊະເປັນອຸປະກອນທີ່ອອກແບບມາເພື່ອສຳລັບການວາງແປງມັດຊະໂດຍສະເພາະ. ເນື່ອງຈາກວ່າແປງມັດຊະມີລັກສະນະສະເພາະ ຖ້າບໍ່ໄດ້ເກັບຮັກສາຢ່າງຖືກຕ້ອງ, ແປງອາດຈະຜິດປົກກະຕິ ແລະ ບໍ່ສາມາດນໍາໃຊ້ໄດ້ຢ່າງເຕັມທີ່. ເຊິ່ງບ່ອນວາງແປງນີ້ມີລັກສະນະທີ່ໝັ້ນຄົງ, ຮູບຮ່າງທາງກາງກວ້າງເລັກນ້ອຍ ແລະ ປາກນ້ອຍສຳລັບການຂ້ວມແປງລົງ. ປົກກະຕິແລ້ວແມ່ນເຮັດດ້ວຍເຊລາມິກ ແລະ ສະແຕນເລດເພື່ອຈະໄດ້ງ່າຍໃນການທຳຄວາມສະອາດ, ບໍ່ນິຍົມເຮັດຈາກແກ້ວແລະພາດສະຕິກ. Matcha sifter ( ແນວຕອງມັດຊະ ) ເຊິ່ງໃຊ້ເພື່ອຕອງມັດຊະກ່ອນຈະຊົງ ເຖິງແມ່ນວ່າຜົງ ມັດຊະແມ່ນດີແລ້ວການຕອງຜົງມັດຊະກ່ອນຈະເຮັດໃຫ້ການຊົງມັດຊະງ່າຍຂຶ້ນຫຼາຍ. ມັນປະຫຍັດເວລາຫຼາຍໃນການຊົງ ແນະນໍາໃຫ້ເລືອກທີ່ມີຂະຫນາດຮູນ້ອຍທີ່ມີປາກທີ່ບໍ່ກວ້າງກວ່າປາກຂອງຖ້ວຍຊົງເພື່ອປ້ອງກັນການຟຸ້ງກະຈາຍອອກຈາກຖ້ວຍ. ກ່ອງເກັບຜົງມັດຊະ ຖືວ່າເປັນອຸປະກອນຫຼັກສໍາລັບການຊົງມັດຊະທີ່ມີຄວາມສໍາຄັນເຊັ່ນດຽວກັນກັບອຸປະກອນຊົງຊາປະເພດອື່ນໆ. ທັງນີ້ມັນເປັນອຸປະກອນໃນການເກັບຮັກສາຜົງຊາຂຽວເພື່ອຮັກສາຄຸນນະພາບ ແລະ ຄວາມສົດຂອງມັດຊະເພື່ອໃຫ້ພ້ອມທີ່ຈະຊົງໄດ້ຕະຫຼອດເວລາ. ກ່ອງເກັບຜົງມັດຊະທີ່ດີຄວນເຮັດຈາກສະແຕນເລດ ເພາະມັນແຂງແຮງກວ່າ ແລະ ທົນທານກວ່າ, ສາມາດປິດໄດ້ແໜ້ນກວ່າ, ຊ່ວຍປ້ອງກັນແມງໄມ້, ຝຸ່ນ, ອາກາດ ແລະ ຄວາມຮ້ອນບໍ່ໃຫ້ເຂົ້າ ແລະ ຮັກສາກິ່ນໃຫ້ຫອມດົນກວ່າເກົ່າ.